ທ່ານກໍາລັງເຮັດທຸລະກິດທີ່ກ່ຽວຂ້ອງກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຟື້ນຟູລະບົບນິເວດປ່າໄມ້ບໍ່?

ທຸລະກິດຂອງທ່ານສາມາດເຂົ້າຮ່ວມໂຄງການບົ່ມເພາະທຸລະກິດສີຂຽວນໍາພວກເຮົາໂດຍບໍ່ມີຄ່າໃຊ້ຈ່າຍ ພ້ອມທັງຮັບຄໍາແນະນໍາຈາກທີ່ປຶກສາທີ່ປະສົບການ ແລະ ສາມາດເຊື່ອມໂຍງເຄືອຂ່າຍກັບບັນດາຜູ້ປະກອບການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ທີ່ຈະມາແບ່ງບັນເຈດຕະນາລົມໃນການປັກປັກຮັກສາສິ່ງແວດລ້ອມຮ່ວມກັນ.

ເຂົ້າຮ່ວມໂຄງການບົ່ມເພາະທຸລະກິດແບບບໍ່ມີຄ່າໃຊ້ຈ່າຍ

ສົ່ງຟອມສະໝັກພາຍໃນ

ປິດຮັບສະໝັກໃນວັນທີ 31 ກໍລະກົດ 2026

ຮູບແບບປະສົມຮູບແບບປະສົມ
ລາວລາວ
4 ເດືອນ4 ເດືອນ

ໂຄງການນີ້ມຸ່ງເນັ້ນໃນການເສີມສ້າງສັກກະຍາພາບໃຫ້ແກ່ທຸລະກິດຂອງທ່ານ

ເຊື່ອມໂຍງເຄືອຂ່າຍກັບບັນດາຜູ້ປະກອບການທຸລະກິດສີຂຽວ

ເຊື່ອມໂຍງເຄືອຂ່າຍກັບບັນດາຜູ້ປະກອບການທຸລະກິດສີຂຽວ

ເຊື່ອມໂຍງກັບບັນດາຜູ້ກໍ່ຕັ້ງ ແລະ ທີ່ປຶກສາໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍທາງທຸລະກິດຂອງທ່ານ. ຮຽນຮູ້, ແບ່ງບັນ ແລະ ເຕີບໂຕໄປນໍາກັນ.

ໄດ້ຮັບການສະໜັບສະໜຸນຊ່ວຍເຫຼືອຈາກທີ່ປຶກສາ

ໄດ້ຮັບການສະໜັບສະໜຸນຊ່ວຍເຫຼືອຈາກທີ່ປຶກສາ

ໄດ້ຮັບຄໍາແນະນໍາຈາກທີ່ປຶກສາໃນການຊີ້ນໍາໃນການວາງແຜນທຸລະກິດຂອງທ່ານ, ຮັບໄດ້ໄອເດຍໃໝ່ໆ ແລະ ຂັບເຄື່ອນທຸລະກິດຂອງທ່ານໃຫ້ກ້າວໄກຍິ່ງຂຶ້ນ.

ເຂົ້າເຖິງແຫຼ່ງທຶນສະໜັບສະໜຸນ

ເຂົ້າເຖິງແຫຼ່ງທຶນສະໜັບສະໜຸນ

ຮຽນຮູ້ເຄັບລັບໃນການນໍາສະເໜີທຸລະກິດຂອງທ່ານແບບມືອາຊີບ ແລະ ເຂົ້າຮ່ວມການແຂ່ງຂັນໃນການນໍາສະເໜີຜະລິດຕະພັນຂອງທ່ານໃນງານປິດທ້າຍໂຄງການ. ທ່ານມີໂອກາດໃນການຊີງເງິນທຶນສະໜັບສະໜຸນເພື່ອນໍາໄປຕໍ່ຍອດທຸລະກິດຂອງທ່ານໄດ້.

ກິດຈະກຳໂຄງການຜູ້ປະກອບການປ່າໄມ້
ເຄືອຂ່າຍຜູ້ປະກອບການໃນໂຄງການ
ການຝຶກອົບຮົມ ແລະ ຄໍາປຶກສາທຸລະກິດ
Program Image

ລາຍລະອຽດຂອງໂຄງການ

ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ (UNEP) ຮ່ວມກັບ Korea Forest Service (KFS)ໄດ້ມີການຈັດຕັ້ງປະຕິບັດໂຄງການບົ່ມເພາະທຸລະກິດໂດຍບໍ່ມີຄ່າໃຊ້ຈ່າຍເປັນໄລຍະເວລາ 4 ເດືອນ ໃນການສະໜັບສະໜຸນຈໍານວນ 30 ທຸລະກິດທົ່ວປະເທດລາວ.

ໂຄງການດັ່ງກ່າວມີຈຸດປະສົງໃນການສະໜັບສະໜຸນໃຫ້ທຸລະກິດໃນທ້ອງຖິ່ນໄດ້ຮັບການເຊື່ອມໂຍງ, ວາງແຜນ ແລະ ພັດທະນາກິດຈະກໍາທາງທຸລະກິດຂອງພວກເຂົາ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດໃນທ້ອງຖິ່ນ ຄຽງຄູ່ໄປກັບການປົກປັກຮັກສາລະບົບນິເວດວິທະຍາປ່າໄມ້.

ຕ້ອງການສຶກສາເພີມຕື່ມບໍ່?

ສາມາດເບິ່ງຂໍ້ມູນເພີມຕື່ມໄດ້ທີ່ PDF ຫຼື ຕິດຕໍ່ສອບຖາມຂໍ້ມູນເພີມຕື່ມນໍາພວກເຮົາ, ສອບຖາມວິທີການສະໝັກ ແລະ ຄໍາຖາມອື່ນໆທີ່ທ່ານຕ້ອງການຂໍ້ມູນເພີມຕື່ມ.

ຜູ້ໃຫ້ທືນ

Korea Forest Service

ຈັດຕັ້ງໂດຍ

United Nations Environment Programme

ຈັດຕັ້ງປະຕິບັດໂດຍທ້ອງຖິ່ນ

XMTechnovatorLao Ecopreneurs Launchpad

ສະໜັບສະໜຸນໂດຍ

Department of ForestDOSMEP

01 / 03

ພາຍຫຼັງເຂົ້າຮ່ວມໂຄງການນໍາພວກເຮົາ, ທ່ານຈະໄດ້ຮັບ...

ໄດ້ຮຽນຮູ້ເຄັບລັບໃນການເຮັດທຸລະກິດຂອງທ່ານໂດດເດັ່ນ ແລະ ດຶງດູດລູກຄ້າໄດ້ຫຼາຍຂຶ້ນ.01

ໄດ້ຮຽນຮູ້ເຄັບລັບໃນການເຮັດທຸລະກິດຂອງທ່ານໂດດເດັ່ນ ແລະ ດຶງດູດລູກຄ້າໄດ້ຫຼາຍຂຶ້ນ.

ໄດ້ຮຽນຮູ້ວິທີການຕັ້ງລາຄາຜະລິດຕະພັນຂອງທ່ານໃຫ້ເໝາະສົມ, ເພີ່ມຍອດຂາຍ, ສ້າງລາຍຮັບ ແລະ ຜົນກໍາໄລໃຫ້ຫຼາຍຂຶ້ນ.02

ໄດ້ຮຽນຮູ້ວິທີການຕັ້ງລາຄາຜະລິດຕະພັນຂອງທ່ານໃຫ້ເໝາະສົມ, ເພີ່ມຍອດຂາຍ, ສ້າງລາຍຮັບ ແລະ ຜົນກໍາໄລໃຫ້ຫຼາຍຂຶ້ນ.

ສິ່ງທີ່ຈະໄດ້ຮັບໃນລະຫວ່າງການບົ່ມເພາະທຸລະກິດມີຫຍັງແນ່?

1. ສ້າງຄວາມເຂັ້ມແຂງໃຫ້ເຄືອຂ່າຍທາງທຸລະກິດຂອງທ່ານ

ເຊື່ອມໂຍງກັບບັນດາທີ່ປຶກສາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ. ເສີມສ້າງສາຍສໍາພັນກັບບັນດາຜູ້ຊ່ຽວຊານທ້ອງຖິ່ນ ແລະ ພາກພື້ນຈາກປະເທດກໍາປູເຈຍ, ຫວຽດນາມ, ລາວ ແລະ ບູຕານ. ຮ່ວມສ້າງໂອກາດໃໝ່ໆ ແລະ ເຕີບໂຕໄປພ້ອມກັນ.

2. ທີ່ປຶກສາສ່ວນຕົວ

ຮັບຄໍາປຶກສາແບບສ່ວນຕົວກັບທີ່ປຶກສາໃນການພັດທະນາແຜນຍຸດທະສາດທາງທຸລະກິດທີ່ເໝາະສົມ, ຊ່ວຍຄິດໄອເດຍໃໝ່ໆ ແລະ ຕິດຕາມການດໍາເນີນທຸລະກິດຢ່າງໃກ້ຊິດ.

3. ການນໍາສະເໜີຜະລິດຕະພັນ

ເຂົ້າຮ່ວມການເຝິກອົບຮົມ ແລະ ການແຂ່ງຂັນນໍາສະເໜີຜະລິດຕະພັນໃນງານປິດທ້າຍໂຄງການ.

4. ວາງແຜນໃນການດໍາເນີນທຸລະກິດ

ເຂົ້າຮ່ວມການເຝິກອົບຮົມການບໍລິຫານເງິນໃນການພັດທະນາ ແລະ ປັບປຸງຍຸດທະສາດໃນການຕັ້ງລາຄາຜະລິດຕະພັນຂອງທ່ານໄດ້ດີຂຶ້ນ. ນອກຈາກນີ້, ໂຄງການຂອງພວກເຮົາຍັງຈະມີການຈັດການປະຊຸມຜູ້ຊ່ຽວຊານສະເພາະເພີມຕື່ມ ເພື່ອຕໍ່ຍອດໃນການພັດທະນາທຸລະກິດຂອງທ່ານ, ສືກສາເບິ່ງບັນດາແນວໂນ້ມຕ່າງໆ ແລະ ພັດທະນາສັກກະຍາພາບທາງທຸລະກິດຂອງທ່ານຂຶ້ນສູ່ຈຸດສູງສຸດ.

5. ວິເຄາະ ແລະ ປະເມີນທຸລະກິດ

ເຂົ້າໃຈຈຸດແຂງ, ສິ່ງທີ່ຕ້ອງປັບປຸງ, ແລະ ໂອກາດໃນການເຕີບໂຕຂອງທຸລະກິດທ່ານ ຜ່ານການປະເມີນແບບມີໂຄງສ້າງ ທີ່ຈະຊ່ວຍໃຫ້ທ່ານຈັດລໍາດັບຄວາມສໍາຄັນຂອງວຽກ, ປັບປຸງຜົນການດໍາເນີນງານ, ແລະ ກຽມພ້ອມສໍາລັບການຂະຫຍາຍຕົວ ລວມທັງໂອກາດໃນການລົງທຶນໃນອະນາຄົດ.

Program Image

ທຸລະກິດຂອງທ່ານກໍາລັງດໍາເນີນການພາຍໃຕ້ຫົວຂໍ້ລຸ່ມນີ້ບໍ່?

ຖ້າຫາກວ່າທຸລະກິດຂອງທ່ານມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ລົງທະບຽນເລີຍ!

ປ່າໄມ້ ແລະ ໄມ້ແປຮູບ

ປ່າໄມ້ ແລະ ໄມ້ແປຮູບ

ສິນຄ້າທີ່ເຮັດຈາກໄມ້ເຊັ່ນ: ອຸດສາຫະກໍາໄມ້, ການແປຮູບໄມ້, ວັດສະດຸກໍ່ສ້າງທີ່ເຮັດຈາກໄມ້.

ອາຫານ ແລະ ການກະສິກໍາ

ອາຫານ ແລະ ການກະສິກໍາ

ການເຮັດຟາມປອດສານພິດ, ການກະສິກໍາແບບຍືນຍົງ, ນະວັດຕະກໍາໃນການຜະລິດສິນຄ້າ ຫຼື ການເຮັດຟາມເພື່ອເຮັດຮ້ານອາຫານເອງ.

ນໍ້າມັນ ແລະ ຢາງພາລາ

ນໍ້າມັນ ແລະ ຢາງພາລາ

ການເກັບກ່ຽວຜົນຜະລິດແບບຍືນຍົງກ່ຽວກັບນໍ້າມັນຫອມທໍາມະຊາດ, ນໍ້າຫອມທໍາມະຊາດ ຫຼື ຢາງພາລາທີ່ເປັນມິດຕໍ່ສິ່ງແວດລ້ອມ

ພືດສະໝູນໄພ ແລະ ໄມ້ປະດັບ

ພືດສະໝູນໄພ ແລະ ໄມ້ປະດັບ

ການປຸກພືດສະໝຸນໄພ, ເຄື່ອງສໍາອາງຈາກທໍາມະຊາດ ຫຼື ຜະລິດຕະພັນຕັດຫຍິບທີ່ນໍາໃຊ້ພືດຕ່າງໆເປັນສ່ວນປະກອບ.

ຜະລິດຕະພັນຈາກສັດ

ຜະລິດຕະພັນຈາກສັດ

ການບົວລະບັດຮັກສາສັດທີ່ມີຄວາມຍືນຍົງ ແລະ ມີການອະນຸລັກ, ຜະລິດຕະພັນຈາກສັດທີ່ຢູ່ບົນພື້ນຖານສິນທໍາ ຫຼື ຊີ້ນສັດ ແລະ ນົມຈາກສັດແບບປອດສານພິດ.

ການທ່ອງທ່ຽວແບບອະນຸລັກ

ການທ່ອງທ່ຽວແບບອະນຸລັກ

ການທ່ອງທ່ຽວແບບຍືນຍົງ ແລະ ມີຄວາມຮັບຜິດຊອບ ຫຼື ມີທີ່ພັກ ແລະ ກິດຈະກໍາການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ.

ການປົກປັກຮັກສາຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ

ການປົກປັກຮັກສາຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ

ໂຄງການຟື້ນຟູປ່າໄມ້, ການອະນຸລັກນໍ້າ, ການປົກປັກຮັກສາປ່າໄມ້ ຫຼື ເຂດສະຫງວນສັດປ່າ.

ທຸລະກິດແບບຍືນຍົງອື່ນໆ

ທຸລະກິດແບບຍືນຍົງອື່ນໆ

ການບໍລິຫານຈັດການແບບຍືນຍົງ, ມີກິດຈະກໍາປູກຈິດສໍານຶກ, ນະວັດຕະກໍາຕ່າງໆ ຫຼື ການບໍລິການທາງດ້ານເຕັກໂນໂລຊີ.

ບັນດາຜູ້ເຂົ້າຮວ່ມ

Mr. Sitthideth Abhay
Sharee has been awarded the global multi-donor Agroecology Fund grant in 2025 to co-implement a project catalyzing the agroecology transition through climate-smart, regenerative practices and digital solutions in Laos. Leveraging technology for knowledge, market, and finance access, Sharee is developing a mobile application for rural men and women in the agricultural sector. It will disseminate agroecological information, connect farmers directly to agroecology markets, and provide information on financial resources. The desired outcome is improved access to vital knowledge, fair market opportunities, and potential financing, empowering farmers to make informed decisions and build resilient livelihoods.

Mr. Sitthideth Abhay

Sharee

ທ່ານ ເຢ ຢ່າງ
I truly appreciate the program and eager for any upcoming opportunities to further expand my learning in the future.

ທ່ານ ເຢ ຢ່າງ

The Handicraft Promotion Center ສູນສົ່ງເສີມເຄື່ອງຫັດຖະກຳ

SALY
I hope the program will take a sincere interest in supporting funding for developing green businesses to ensure sustainability and promote community development in Laos.

SALY

ສະມາຄົມພັດທະນາການທ່ອງທ່ຽວຖ້ຳກອງລໍ

Ms. Palina Thongouthoum
Being a mentor in the forest ecopreneurs 2025 | lao pdr program has been an inspiring and enriching experience. supporting passionate entrepreneurs who are protecting forests and building sustainable livelihoods showed me the power of innovation rooted in nature and community. i am grateful to have contributed and learned alongside such a committed group.thanks to xmt team.

Ms. Palina Thongouthoum

Founder of I'm Bean Food and Beverages

Ms. Souphaline Soulyavong
Learning by doing is effective; staying open to feedback and making continuous improvements will help you grow.

Ms. Souphaline Soulyavong

RECOFTC, Lao PDR

ທ່ານ. ມິດສໍາພັນ ພົມຄຳ
Working with the forest ecopreneurs 2025 program in lao pdr was truly eye-opening. the participants weren't just learning; they were actively building a sustainable future. it was inspiring to see their dedication to creating businesses that protect their natural environment while empowering their communities. this program is a powerful example of how entrepreneurship can be a force for good.

ທ່ານ. ມິດສໍາພັນ ພົມຄຳ

ການຮ່ວມມືການພັດທະນາຜະລິດຕະພັນຊຸມຊົນລະຫວ່າງບໍລິສັດ ແລະ ສູນສົ່ງເສີມແຂວງຢຸນນານ ສປ. ຈີນ

ມີຂັ້ນຕອນໃນການສະໝັກແນວໃດແນ່?

1
ສ້າງຂໍ້ມູນພື້ນຖານຂອງທ່ານ

ສ້າງຂໍ້ມູນພື້ນຖານຂອງທ່ານ

ເລີ່ມຕົ້ນໂດຍການກົດປຸ່ມ “ສະໝັກເລີຍ”

ຕື່ມຂໍ້ມູນສ່ວນຕົວຂອງທ່ານເພື່ອສ້າງບັນຊີຂອງແພດຟອມ.

ໃຫ້ບັນທຶກອີເມວ ແລະ ລະຫັດຜ່ານທີ່ທ່ານລົງທະບຽນເພື່ອສາມາດເຂົ້າສູ່ລະບົບໃນອານາຄົດໄດ້.

2
ຕື່ມຂໍ້ມູນແຕ່ລະພາກໃຫ້ສໍາເລັດ

ຕື່ມຂໍ້ມູນແຕ່ລະພາກໃຫ້ສໍາເລັດ

ຕື່ມຂໍ້ມູນ ແລະ ຂຽນຟອມສະໝັກໃຫ້ຄົບຖ້ວນດ້ວຍຕົວທ່ານເອງ.

ເມື່ອຂໍ້ມູນຂອງທ່ານຄົບຖ້ວນແລ້ວ, ແຖບດ້ານເທິງຈະປ່ຽນເປັນສີຟ້າ ເຊິ່ງເປັນການບົ່ງບອກວ່າ ຟອມສະໝັກຂອງທ່ານສາມາດກົດສົ່ງໄດ້ແລ້ວ.

3
ສົ່ງຟອມສະໝັກຂອງທ່ານ ແລະ ລໍຖ້າຟັງຂ່າວດີ

ສົ່ງຟອມສະໝັກຂອງທ່ານ ແລະ ລໍຖ້າຟັງຂ່າວດີ

ພວກເຮົາແນະນໍາໃຫ້ທ່ານກວດຄືນເບິ່ງຟອມສະໝັກຂອງທ່ານອີກຄັ້ງໜຶ່ງ. ຖ້າຫາກວ່າ ທ່ານໝັ້ນໃຈແລ້ວໃຫ້ກົດ “ສົ່ງ” ຢູ່ລູ່ມສຸດເບື້ອງຂວາມື.

ກະລຸນາສົ່ງຟອມສະໝັກກ່ອນວັນທີ 31 ກໍລະກົດ 2026 ນີ້.

ທີມງານຂອງພວກເຮົາຈະຕິດຕໍ່ກັບຫາທ່ານກ່ຽວກັບຜົນການຄັດເລືອກໃນໄວໆນີ້.

ສົ່ງຟອມສະໝັກພາຍໃນ

ສົ່ງໃບສະໝັກຂອງທ່ານກ່ອນ 31 ກໍລະກົດ 2026

ວາລະສໍາຄັນ

01 / 04

ເປິດຮັບຟອມສະໝັກ

ຈົນເຖິງວັນທີ 31 ກໍລະກົດ 2026

ສ້າງບັນຊີຂອງທ່ານໃນແພດຟອມຂອງພວກເຮົາ, ຕື່ມຂໍ້ມູນສ່ວນຕົວ ແລະ ຂໍ້ມູນກ່ຽວກັບໂຄງການຂອງທ່ານ. ພາຍຫຼັງສໍາເລັດການສົ່ງຟອມສະໝັກແລ້ວ, ພວກເຮົາຈະໄດ້ມີການຄັດເລືອກຜູ້ເຂົ້າຮ່ວມໂຄງການນໍາພວກເຮົາ.

ຄໍາຖາມຕ່າງໆກ່ຽວກັບໂຄງການ

ຕິດຕໍ່ພວກເຮົາເລີຍ

Profile

ພົບກັບ ທ່ານ ພຸດທະສິດ ເພັງສະຫວັດ, ຜູ້ຊ່ວຍໂຄງການ ພະເເນກບົ່ມເພາະທຸລະກິດ XMT

[email protected]

ໂຄງການນີ້ຖືກສ້າງຂຶ້ນໂດຍ

Korea Forest ServiceUN Safe LaosXMTechnovatorLao Ecopreneurs LaunchpadDepartment of ForestDOSMEP